ໂຮງພິມສັນຕິພາບ ສ້າງຕັ້ງຂຶ້ນໃນ ວັນທີ 3 ມີນາ 1983; ໄລຍະເລີ່ມຕົ້ນມີຊື່ວ່າ “ໂຮງງານຜະລິດປຶ້ມຂຽນສັນຕິພາບ” ເນື່ອງຈາກ ການຜະລິດຕົ້ນຕໍແມ່ນຜະລິດປຶ້ມຂຽນເພື່ອຈໍາໜ່າຍ, ມີທຶນຈົດທະບຽນ 70.000.000 ກີບ (ເຈັດສິບລ້ານກີບ) ປະເພດວິສາຫະກິດສ່ວນບຸກຄົນ ໂດຍແມ່ນ ທ່ານ ເຕັກຊຸນ (ທ່ານໄຊ) ແລະ ທ່ານ ນາງ ລີເອັງ ຫຼວງປະເສີດ ເປັນເຈົ້າຂອງ, ມີພະນັກງານກໍາມະກອນ 10 ຄົນ ບວກໃສ່ແຮງງານໃນຄອບຄົວ. ໃນປີ 1986 ພາຍຫຼັງລັດຖະບານມີນະໂຍບາຍເປີດກ້ວາງຫຼາຍຂຶ້ນ ແລະ ນໍາໃຊ້ລະບົບກົນໄກເສດຖະກິດຕະຫຼາດ ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວ ແລະ ການຜະລິດສິ່ງພິມ
ກໍນັບມື້ເພີ່ມຂຶ້ນ. ປີ 1997 ໄດ້ປ່ຽນຊື່ ຈາກ “ໂຮງງານຜະລິດປຶ້ມຂຽນສັນຕິພາບ” ມາເປັນ “ໂຮງພິມສັນຕິພາບ” ເພື່ອພິມສິ່ງພິມອື່ນຕື່ມອີກ ນອກຈາກພິມປຶ້ມຂຽນ ແລະ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າທີ່ມາໃຊ້ບໍລິການ.
ປີ 2002 ໄດ້ສັ່ງຊື້ເຄື່ອງຈັກພິມອ໋ອບເຊັດ (Offset) ເຂົ້າມາຕື່ມ ໂດຍແມ່ນທ່ານ ນາງ ອິນທິລາ ຫຼວງປະເສີດ (ລູກສາວຂອງທ່ານ ເຕັກຊຸນ ແລະ ທ່ານ ນາງ ລີເອັງ ຫຼວງປະເສີດ) ເປັນຜູ້ສືບທອດດໍາເນີນກິດຈະການໂຮງພິມແຫ່ງນີ້ແທນພໍ່ແມ່. ໂຄງປະກອບການຈັດຕັ້ງ ດ້ານບຸກຄະລາກອນ ມີ ທ່ານ ນາງ ອິນທິລາ ຫຼວງປະເສີດ ເປັນຜູ້ອໍານວຍການ, ມີພະນັກງານ-ກໍາມະກອນທັງໝົດ 60 ຄົນ, ໂຮງພິມສັນຕິພາບ ຮັບບໍລິການພິມສິ່ງພິມທຸກຊະນິດ ຄື: ພິມ ປຶ້ມຂຽນ, ປຶ້ມເລື່ອງ, ວາລະສານ, ໃບປະກາດ, ໃບຍ້ອງຍໍ, ໃບກຽດຕິຄຸນ, ປະຕິທິນ, ໂປສະເຕີ, ສະຕິກເກີ, ນາມບັດ, ບັດເຊີນ, ບັດດອງ, ບັດເລົ່າບຸນ, ຊອງຈົດໝາຍ, ເມນູອາຫານ, ແຜ່ນພັບ, ປຶ້ມບິນ, ໃບບິນ, ໃບໂຄສະນາ ແລະ ອື່ນໆ ຕາມຄວາມຕ້ອງການຂອງລູກຄ້າ.
ສໍານັກງານໂຮງພິມສັນຕິພາບ ຕັ້ງຢູ່ ເຮືອນເລກທີ 088, ໜ່ວຍທີ 5 ບ້ານສະພານທອງເໜືອ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ຖະໜົນດົງປາຍນາ (ກົງກັນຂ້າມກັບ ສວນ 23 ສິງຫາ).
ໂທລະສັບ: (856-21) 415441, 453204 ; (856-20) 5540 4059, (856-20) 5599 5615
ອີເມວ: santiphab.printing@gmail.com / stpp@etllao.com
ເວັບໄຊ: www. santiphab printing.com
ລູກກຄ້າບາງພາກສ່ວນທີ່ໃຫ້ຄວາມເຊື່ອໝັ້ນພວກເຮົາ: